Home >  Term: ເມືອງວິນີສ
ເມືອງວິນີສ

ເມືອງວີນີດສເປັນເມືອງທີ່ໄດ້ບັນລຸຜົນສຳເລັດທາງດ້ານສິນລະປະທີ່ໂດດເດັ່ນ, ເມືອງໄດ້ຖືກສ້າງເທິງເກາະດອນນອ້ຍໆ 118ແຫ່ງແລະປຽບເໝືອນສາຍພູຢູ່ເທິງໜ້າທະເລສາບ. ຜົນກະທົບຂອງເມືອງວີນີສຕໍ່ການພັດທະນາດ້ານສິນລະປະທາງສະຖາປັດຕິຍະກຳແລະສິນລະປະທີ່ເປັນອານຸສອນໄດ້ສົ່ງຜົນກະທົບຢ່າງຫລວງຫລາຍ. ເມືອງວີນິດສແມ່ນເປັນເຈົ້າຂອງໜວດທີ່ຫາບອ່ນປຽບທຽບບໍ່ໄດ້ທາງດ້ານສະຖາປັດຕິຍະກຳທີ່ຢູ່ໂຮມກັນຢູ່ ເຊິ່ງອະທິບາຍພອ້ມຮູບພາບໃນອາຍຸການເວລາຂອງຄວາມງົດງາມໃນຕົວເມືອງ. ມັນໄດ້ສະແດງເຖິງການຈັດໝວດກຸ່ມທີ່ສົມບູນເຊິ່ງຄຸນຄ່າທີ່ເປັນຕົວຢ່າງທີ່ລຳ້ຄ່າຂອງມັນຕິດພັນກັບຄຸນລັກສະນະທີ່ຍອດຍ້ຽມຂອງການກຳນົດເຂດຕົວເມືອງເຊິ່ງຈຳຕອ້ງສິ້ນເຄີຍກັບຂໍ້ຮຽກຮອ້ງພິເສດໃນແຕ່ລະສະຖານທີ່.

ໃນທະເລສາບບອ່ນນີ້,ທຳມະຊາດແລະປະຫວັດສາດໄດ້ເຊື່ອມຕໍ່ພົວພັນກັນຢ່າງໄກ້ສິດນັບແຕ່ສັດຕະວັດທີ່ຫ້າໃນເວລາທີ່ພົນລະເມືອງຂອງເວເນຕີອານ,ໃນການລົບໜີການລຸກຮືຂື້ນຂອງບາຣບາຣຽນແລະພວກເຂົາໄດ້ພົບທີ່ອົບພະຍົກຢູ່ເທິງເກາະຂອງທໍຣເຊີໂລ,ເລໂຊໂລແລະມາລາໂມກໂຄ. ການຕັ້ງຖິ່ນຖານຊົ່ວຄາວນີ້ໄດ້ຄອ່ຍໆກາຍເປັນການຢູ່ຢ່າງຖາວອນແລະຜູ້ລີ້ໄພໄດ້ດຳລົງຊິວິດດ້ວຍການທຳມາຫາກິນເຊັ່ນການເຮັດນາປູກຝັງແລະການປາມົງແລະນັ້ນໄດ້ກາຍເປັນມະຫາອຳນາດໃນທາງທະເລ. ເກາະນອ້ຍຂອງຣີອາລໂຕໄດ້ຖືກເລືອກເປັນສູນກາງຂອງຕົວເມືອງໃໝ່ນັ້ນ.

ໃນ ຄ ສ 1000,ວີນິດສໄດ້ຄວບຄຸມຊອ່ງແຄບດາລມາທຽນແລະໃນປີ ຄສ 1112 ແມ່ນໄດ້ສ້າງຕະຫລາດການຄ້າໃນທ່າເຮືອເລວານຕິນຂອງເຂດຊີດອນ. ໃນປີຄສ 1204 ວີນິດສໄດ້ຮ່ວມພັນທະມິດກັບຄຣູສາເດີສ(Crusaders)ໃນການຈັບກຸມຄອນສະຕານນີໂນບເລີ.(Constaninople) .ເຄື່ອງຂອງທີ່ປຸ້ນສະດົມມາມີລົ້ນເຫລືອໄດ້ນຳກັບໄປທີ່ເມືອງວີນິດສໃນເວລານັ້ນ,ເຄື່ອງລ້ຳຄ່າລວມທັງມ້າທອງໃນສວນຊານ ມາກໂຄ(St Mark's) ວັດຖຸດັ່ງກ່າວນີ້ ມັນເປັນພຽງວັດຖຸສິ້ນດຽວທີ່ລ້ຳຄ່າທີ່ໄດ້ປຸ້ນມາຈາກByzantiumເຊິ່ງDoge Enrico Dàndoloໄດ້ແບ່ງບັນກັບພັນທະມິດຂອງລາວ.

ພາຍໃຕ້ກາປົກຄອງຂອງໂດກຈ໌(Doge) ອານາຈັກທາງທະເລຂອງອຳນາດທີ່ບໍ່ສະເໝີພາບກັນໄດ້ຂະຫຍາຍກວ້າງອອກຕະຫລອດທົ່ວຊາຍຝັ່ງໃນພາກຕາເວັນອອກຂອງທະເລເມຕີເທີຣານນຽນ ໄປເຖິງໝູ່ເກາະຂອງທະເລໂລນຽນແລະເຄຣເຕ. ໃນຊ່ວງໄລ່ຍະເວລາທັງໝົດຂອງການຂະຫຍາຍອານາຈັກອອກເມືອງວີນິດສ;ກວມເວລາຫລາຍກວ່າຫລາຍສັດຕະວັດໃນເວລາທີ່ວີນິດສໄດ້ເຮັດໜ້າທີ່ໃນການປົກປອ້ງສູນຕະຫລາດການຄ້າຈາກພວກກອບໂກຍການຄ້າອາຣັບສ,ເຈັນໂນສແລະພວກໂອໂຕມັນ,ເທີຄແລະພວກສັກດີນາຢູໂຫລບຜູ້ທີ່ອິດສາຢາກໄດ້ອຳນາດຂອງວີນິດສ, ວີນິດສບໍ່ເຄີຍຢຸດໃນຄວາມໝາຍທີ່ແທ້ຈິງຂອງຍຸກສະໄໝ,ເພື່ອການຮ່ວມເປັນໜຶ່ງໃນທີ່ຕັ້ງຂອງມັນໃນເທິງທະເລຊາບ. ການເຂົ້າພິທີແຕ່ງງານກັບທອ້ງທະເລທຫຼືພາສາອີຕາລີວ່າsposalizio ນັບແຕ່ປີ1172ນັ້ນໄດ້ເອົາແຫວນຂອງໂດກຈ໌ເປັນເຄື່ອງໝາຍ,ໂດກຈ໌ ຜູ້ທີ່ແທນທີ່ດູສ ຫຼືDux (ຖືກເລືອກຕັ້ງຄັ້ງທຳອິດໃນປີຄສ697ໂດຍສະພາປະຊາຊົນ)ນັ້ນເຊິ່ງລາວບໍ່ເຄີຍຖືກຕັ້ງຂໍ້ສົງໄສໃດໆ.

ໃນທະເລພາຍໃນນີ້ໄດ້ຢູ່ພາຍໃຕ້ການຄຸກຄາມທ່າມກາງການປົ່ງຂຶ້ນຂອງໝູ່ເກາະດອນນອ້ຍໆບວກກັບຄື້ນທະເລອັນແຫລມຄົມ ເຊິ່ງເປັນໜຶ່ງໃນເຂດທີ່ຢູ່ອາໃສແອອັດທີ່ບໍ່ທຳມະດາໃນອານາເຂດຂອງສະໃໝກາງຫຼືຍຸກກາງ. ຈາກເຂດທໍຣເຊີໂລໄປເຖິງຕອນເໜືອ,ເຖິງຊີໂອເກຍ,ເຖິງຕອນໃຕ້,ເກືອບທຸກໆເກາະໄດ້ມີການຕັ້ງຖິ່ນຖານເປັນຂອງຕົນເອງເຊັ່ນ;ເມືອງ,ໝູ່ບ້ານປາມົງແລະໝູ່ບ້ານຊ່າງຝີມື(ມູຣານໂນ). ແນວໃດກໍ່ຕາມ,ໃນໃຈກາງຂອງທະເລຊາບ,ເມືອງວີນິດສໄດ້ຢືນດັ່ງເປັນນະຄອນຫລວງທີ່ຍິ່ງໃຫ່ຍກວ່າໝູ່ໝົດໃນສະໃໝຍຸກກາງ. ເມື່ອເວລາກຸ່ມຂອງເກາະນອ້ຍໄດ້ຮ່ວມຕົວສາມັກຄີກັນເປັນໜຶ່ງແລະກາຍເປັນໜຶ່ງນັ້ນ,ບໍ່ມີຫຍັງຫລົງເຫລືອທີ່ເປັນພູມີສາດອັນດັ່ງເດີມ ແຕ່ມັນໄດ້ກາຍເປັນບັນດາຄອງນ້ຳຢ່າງຫລວງຫລາຍດັ່ງເຊັ່ນ:ຄອງGiudecca,ຄອງຊານມາກໂຄແລະຄອງເກັຣດແລະເປັນລະບົບຕານ່າງຂອງເສັ້ານທາງເທິງນ້ຳຫູື້rii ເຊິ່ງເປັນດັ່ງລອດເລືອດແດງຂອງເມືອງຢູ່ເທິງສາຍນ້ຳ. ຢູ່ໃນພື່ນທີ່ທີ່ເໝືອນດັ່ງຝັນ,ບອ່ນທີ່ບໍ່ມີຄວາມເຂົ້າໃຈດ້ານແນວຄວາມຄິດຂອງterra firma ຫຼືດີນແຂງ,ມັນເປັນງານສິ້ນສຸດຍອດຂອງໜຶ່ງໃນສະຖາປັດຕິຍະກຳທາງພິພິຕະພັນທີ່ບໍ່ທຳມະດາຂອງໂລກທີ່ໄດ້ຖືກຮັກສາໄວ້ຫລາຍກວ່າພັນປີແລ້ວ.

ຂໍ້ມູນຈາກ: UNESCO/CLT/WHC

0 0

Creator

  • sayako
  • (Romans d'isonzo, Italy)

  •  (Bronze) 30 points
  • 100% positive feedback
© 2024 CSOFT International, Ltd.